ໂດຍປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 8576/ສສກ,ລົງວັນທີ 26 ພະຈິກ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງວິທະຍາໄລ ແລະ ໂຮງຮຽນອາຊີວະສຶກສາ, ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 1255/ຈຂ.ຊຍ, ລົງວັນທີ 10/11/2020
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ທີ່ໄດ້ກໍານົດຢູ່ໃນ ໝວດທີ 3 ສະາຕ່າງໆຂອງໂຮງຮຽນ, ມາດຕາ 9 ສະພາທີ່ປຶກສາຂອງໂຮງຮຽນ ແລະ ຂໍ້ຕົກລົງຂອງທ່ານຫົວໜ້າພະແນກສຶກສາທິການ ແລະກິລາແຂວງໄຊຍະບູລີ ສະບັບເລກທີ 2478/ສກຂ.ຊຍ, ລົງວັນທີ 1 ກໍລະກົດ 2022ວ່າດ້ວຍການອະນຸມັດ ໃຫ້ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ເປີດກອງປະຊຸມ ສະພາທີ່ປຶກສາປະຈຳປີ 2022 ຂຶ້ນໃນມື້ນີ້.ກອງປະຊຸມໄດ້ໄຂຂຶ້ນເປັນທາງການໃນຕອນເຊົ້າວັນທີ 14 ກໍລະກົດ 2022 ເວລາ8ໂມງ 15 ນາທີ ໂດຍການເປັນປະທານຂອງທ່ານ ພວງເພັດ ສີຫາຣາຊ ປະທານສະພາການຄ້າແລະອຸດສະຫະກຳແຂວງໄຊຍະບູລີ,ທັງເປັນປະທານສະພາທີ່ປຶກສາຂອງໂຮງຮຽນ,ທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນ ຮອງປະທານສະພາທີ່ປຶກສາໂຮງຮຽນ,ຜູ້ປະຈຳການ ,ຕາງໜ້າຈາກຫ້ອງວ່າການປົກຄອງແຂວງ,ຫົວໜ້າພະແນກການ,ຮອງຫົວໜ້າພະແນກການອອ້ອມຂ້າງແຂວງໄຊຍະບູລີ,ຄະນະອຳນວຍການໂຮງຮຽນ,ຫົວໜ້າພະແນກການຕ່າງໆພາຍໃນໂຮງຮຽນ,ສະຖານປະກອບການທັງພາກລັດ ແລະເອກະຊົນ,ເຈົ້າຂອງຮ້ານອາຫານ,ໂຮງແຮມ ແລະ ຣີສອດ,ແລະຜູ້ປະກອບການພາຍໄຕ້ກິດຈະກຳ ESS ຂອງໂຄງການ VTESS ກໍ່ໄດ້ເຂົ້້າຮ່ວມລວມມີຜູ້ເຂົ້້ຮ່ວມກອງປະຊຸມທັງໝົດ: 52ຄົນ,ຍິງ16ຄົນ ໂດຍໄດ້ຮັບທຶນສະໜັບສະໜູນກອງປະຊຸມໃນຄັ້ງນີ້ຈາກໂຄງການ VTESS ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້:
